ການແນະນຳສູນ

ຂໍ້ມູນກ່ຽວກັບສູນຮັບຄຳຮ້ອງຂໍວີຊາ

ສູນຮັບຄຳຮ້ອງຂໍວີຊາ ສາທາລະນະລັດເກົາຫຼີ ແມ່ນອົງການບໍລິການທີ່ດຳເນີນງານກ່ຽວກັບວີຊາ ໂດຍໄດ້ຮັບອະນຸຍາດຈາກສະຖານທູດ ສ.ເກົາຫຼີ  ຕາມກົດໝາຍຂອງ ສາທາລະນະລັດເກົາຫຼີ ແລະ ບໍ່ແມ່ນອົງການຮອງຂອງພະແນກກົງສຸນ ສະຖານທູດສາທາລະນະລັດເກົາຫຼີແຕ່ຢ່າງໃດ.

[ພາຍໃນ]

ເນື້ອໃນວຽກງານຫຼັກ

(1) ຕາງໜ້າໃຫ້ພະແນກກົງສູນສະຖານທູດ ໃນການຮັບເອົາເອກະສານຄຳຮ້ອງຂໍວີຊາຈາກຜູ້ຍື່ນວີຊາ.

(2) ປ້ອນຂໍ້ມູນພື້ນຖານ ແລະ ຂໍ້ມູນເພີ່ມເຕີມທີ່ກ່ຽວຂ້ອງກັບການຍື່ນວີຊາ.

(3) ໃຫ້ບໍລິການຍື່ນສົ່ງເອກະສານທີ່ກ່ຽວຂ້ອງ (ໜັງສືຜ່ານແດນ, ວີຊາ ແລະ ເອກະສານອື່ນ ໆ) ໃຫ້ແກ່ພະແນກກົງສຸນສະຖານທູດ ຕາງໜ້າໃຫ້ຜູ້ຍື່ນວີຊາ.

(4) ແຈ້ງສະຖານະການດຳເນີນການຮັບຄຳຮ້ອງຂໍວີຊາ ແລະ ເວລາໃນການມອບ-ຮັບໃຫ້ແກ່ຜູ້ຍື່ນວີຊາ ຜ່ານການສອບຖາມທາງໂທລະສັບ ແລະ SMS ເປັນຕົ້ນ.

(5) ຮັບເງິນຄ່າທຳນຽມການພິຈາລະນາວີຊາຕາງໜ້າໃຫ້ສະຖານທູດ ແລະ ສົ່ງມອບໜັງສືຜ່ານແດນຄືນໃຫ້ແກ່ຜູ້ຍື່ນວີຊາ.

(6) ປະກາດແຈ້ງຂໍ້ມູນທີ່ກ່ຽວຂ້ອງກັບວີຊາ, ພ້ອມທັງໃຫ້ບໍລິການຕອບຄຳຖາມຜ່ານທາງເວັບໄຊທ໌, ໂຕະປະຊາສຳພັນ, ໂທລະສັບ ແລະ ອີເມວ ຂອງສູນຮັບຄຳຮ້ອງຂໍວີຊາ.

(7) ໃຫ້ບໍລິການອື່ນໆທີ່ຈຳເປັນແກ່ຜູ້ຍື່ນວີຊາ.

ຂໍ້ດີຂອງການບໍລິການສູນຮັບຄຳຮ້ອງຂໍວີຊາ

- ບໍລິການລູກຄ້າ : ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຍື່ນວີຊາ, ທາງສູນໄດ້ເປີດປ່ອງບໍລິການຢ່າງພຽງພໍ, ພ້ອມທັງຈັດສັນພະນັກງານເພື່ອໃຫ້ຄຳແນະນຳແກ່ຜູ້ຍື່ນ ເພື່ອໃຫ້ສາມາດຮັບຄຳປຶກສາຢູ່ສະຖານທີ່ໄດ້ທັນທີ. ນອກຈາກນີ້, ຍັງສະໜອງຂໍ້ມູນການທ່ອງທ່ຽວຕ່າງ ໆ ທີ່ຈຳເປັນເມື່ອເດີນທາງໄປຢ້ຽມຍາມເກົາຫຼີ ແລະ ໃຫ້ບໍລິການເສີມທີ່ຈຳເປັນໃນເວລາການຍື່ນວີຊາ. ອີກທັງຍັງມີປ່ອງບໍລິການພິເສດສຳລັບບໍລິສັດທ່ອງທ່ຽວ, ແຂກ VIP ແລະ ອື່ນ ໆ, ພ້ອມທັງມີການຈັດກຽມພື້ນທີ່ເຮັດວຽກສະເພາະສຳລັບບໍລິສັດທ່ອງທ່ຽວທີ່ຖືກກຳນົດໄວ້ຕ່າງຫາກ ແລະ ມີການແຈ້ງຂໍ້ມູນຂ່າວສານກ່ຽວກັບວີຊາໃຫ້ແກ່ບໍລິສັດທ່ອງທ່ຽວຢ່າງເປັນໄລຍະຢູ່ທີ່ຫ້ອງປະຊຸມພາຍໃນສູນ.

- ຫຼຸດຜ່ອນເວລາລໍຖ້າ : ສາມາດນັດໝາຍລ່ວງໜ້າເພື່ອເຂົ້າມາຕິດຕໍ່ຜ່ານທາງເວັບໄຊທ໌ໄດ້, ແລະ ມີການຕິດຕັ້ງຕູ້ກົດບັດຄິວຢູ່ສູນຮັບຄຳຮ້ອງຂໍວີຊາ

ວີຊາ ເພື່ອຫຼຸດຜ່ອນເວລາລໍຖ້າຢູ່ພາຍໃນສູນ ອັນເປັນການມອບການບໍລິການທີ່ມີຄຸນນະພາບສູງ.

- ການຕິດຕາມຄຸນນະພາບການບໍລິການ : ທຸກການບໍລິການຂອງສູນຮັບຄຳຮ້ອງຂໍ

ວີຊາແມ່ນມີການຕິດຕາມສະຖານະການຕົວຈິງຕະຫຼອດເວລາ ເພື່ອຊ່ວຍສະໜັບສະໜູນການເຮັດວຽກທີ່ເໝາະສົມ ແລະ ແກ້ໄຂສະຖານະການສຸກເສີນຕ່າງ ໆໄດ້ທັນທີ.

ບໍລິສັດທີ່ບໍລິຫານຈັດການສູນຮັບຄຳຮ້ອງຂໍວີຊາ

ບໍລິສັດທີ່ບໍລິຫານຈັດການສູນຮັບຄຳຮ້ອງຂໍວີຊາ ສາທາລະນະລັດເກົາຫຼີ ປະຈຳນະຄອນຫຼວງວຽງຈັນ ແມ່ນ ບໍລິສັດ ຮານາທົວ ລາວ. ບໍລິສັດ ຮານາທົວ ລາວ ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງທ້ອງຖິ່ນຢ່າງເຂັ້ມງວດ ໃນການດຳເນີນງານສູນຮັບຄຳຮ້ອງຂໍວີຊາ ສາທາລະນະລັດເກົາຫຼີ.